티스토리 뷰
ຊາວສວນຜູ້ປູກໝາກໂມຈຳນວນຫຼາຍຈົ່ມວ່າລາຄາຂອງໝາກໂມຕົກຕ່ຳຫຼາຍໃນປີນີ້ ເຮັດໃຫ້ຊາວສວນຫຼາຍຄົນຂາດທຶນ.
ທ້າວ ຕຽງຄຳ ຊາວສວນ ຢູ່ແຂວງວຽງຈັນ ກ່າວວ່າ: ປີນີ້ລາຄາໝາກໂມຕົກຕ່ຳກວ່າປີກາຍນີ້ຫຼາຍ ເພາະບໍ່ສາມາດສົ່ງອອກໄດ້ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.
ໝາກໂມທີ່ຖືກສົ່ງມາຂາຍຢູ່ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ ໂດຍຜ່ານແມ່ຄ້າຄົນກາງແມ່ນລາຄາຖືກ.
ຜູ້ປູກໝາກໂມຫຼາຍຄົນຈຶ່ງຕ້ອງໄດ້ຂົນຜົນລະປູກຂອງຕົນເອງເຂົ້າມາຂາຍເອງກ່ອນທີ່ຈະເນົ່າຄາສວນ ເພື່ອບໍ່ໃຫ້ຂາດທຶນ ຫຼື ໃຫ້ຂາດທຶນໜ້ອຍທີ່ສຸດ.
ປີກາຍນີ້ມີແມ່ຄ້າຄົນກາງໄປຊື້ເຖິງສວນໃນລາຄາ ໜ່ວຍລະ 5.000 ກີບ ສຳລັບໝາກໂມຂະໜາດ 2-3 ກິໂລກຼາມຕໍ່ໝ່ວຍ ແຕ່ປີນີ້ຜູ້ປູກຕ້ອງໄດ້ແກ່ມາຂາຍເອງໃນລາຄາດຽວກັນ ແຕ່ຍັງຕ້ອງຮັບພາລະໃນການຂົນສົ່ງເອງ ແລະ ການໃຊ້ຈ່າຍອື່ນໆອີກ.
공지사항