티스토리 뷰
ຈໍານວນຜູ້ເສຍຊີວິດຍ້ອນອຸປະຕິເຫດບົນທ້ອງຖະໜົນໃນທົ່ວປະເທດ ໃນເດືຶອນມັງກອນ ທີ່ຜ່ານມາລວມມີ 122 ຄົນ ເພີ່ມຂຶ້ນ 19 ຄົນ ທຽບໃສ່ເດືອນທັນວາ ປີ 2019.
ອີງຕາມການລາຍງານຈາກກົມຕໍາຫຼວດຈະລາຈອນ, ກະຊວງ ປກສ ໄດ້ແຈ້ງໃຫ້ຮູ້ວ່າ: ໃນເດືອນມັງກອນ ປີ 2020 ມີຜູ້ເສຍຊີວິດ ຍ້ອນອຸປະຕິເຫດທີ່ເກີດຂຶ້ນບົນທ້ອງຖະໜົນໃນທົ່ວປະເທດ 122 ຄົນ ຈາກອຸປະຕິເຫດທີ່ເກີດຂຶ້ນ 803 ຄັ້ງ. ສ່ວນຫຼາຍແມ່ນຍ້ອນເມົາແລ້ວຂັບ ແລະ ຂັບລົດຄວາມໄວເກີນລະບຽບທີ່ກໍານົດໄວ້ ແລະ ຫຼາຍກວ່າ 50% ຂອງຈໍານວນອຸປະຕິເຫດແມ່ນເກີດຂຶ້ນໃນທ້າຍອາທິດ ແລະ ກາງຄືນ.
ສະເພາະຢູ່ນະຄອນຫຼວງວຽງຈັນ ມີຜູ້ເສຍ ຊີວິດ 25 ຄົນ ເປັນອັນດັບໜຶ່ງ, ຮອງລົງມາ ແມ່ນ ແຂວງຈໍາປາສັກ, ເຊິ່ງມີຜູ້ເສຍຊີວິດ 18 ຄົນ ແລະ ແຂວງສະຫວັນນະເຂດ ມີຜູ້ເສຍຊີວິດ 17 ຄົນ.
공지사항