티스토리 뷰
카테고리 없음
ສິລະປິນລາວ ຮ່ວມກັນສ້າງເພງ ເພື່ອສົ່ງກຳລັງໃຈໃຫ້ປະຊາຊົນຈີນ ຕໍ່ສູ້ກັບເຊື້ອພະຍາດ ໂຄວິດ-19
NEWSKOR 2020. 3. 2. 09:56ສິລະປິນ ວົງການບັນເທີງລາວ ໄດ້ຮ່ວມຕົວກັນສ້າງໂຄງການເພື່ອການກຸສົນຂອງວິທະຍຸສາກົນ ແຫ່ງປະເທດ ຈີນ (CRI-FM93) ໂດຍລວມເອົາບັນດານັກຮ້ອງລາວທີ່ມີຊື່ສຽງຫຼາຍຄົນມາຮ່ວມຮ້ອງ ນໍາໂດຍ ຕ່າຍ ອາກາດ, ສັກ ວົງເຊວ, ແຊມ ອິນທິລາພິສັກ, ອາລູນ້າ, ໄກ່ Nangphaya, ຕ້າ ເອແພັກ, ອາເລັກຊັນດຣາ, ໂຕໂຕ້-ພອນ ສິນ ບຸດກາສກາ ແລະ ຜູ້ອື່ນໆ ເຊິ່ງເພງນີ້ ມີຊື່ວ່າ: “ຄວາມຮັກເອົາຊະນະທຸກຢ່າງ”.
ໂຄງການນີ້ ສ້າງຂຶ້ນເພື່ອເປັນກຳລັງໃຈໃຫ້ ປະຊາຊົນ ສປ ຈີນ ທີ່ກຳລັງຕໍ່ສູ້ກັບເຊື້ອພະຍາດ ໂຄວິດ-19 ໃນປະຈຸບັນນີ້ ຜ່ານບົດເພງ ທີ່ແປ ແລະ ຮຽບຮຽງຕົ້ນສະບັບຈາກ Version ພາສາຈີນ ມາເປັນພາສາລາວ. ເພງດັ່ງກ່າວຈະປ່ອຍອອກອາກາດໃນໄວໆ ນີ້.
ນັກສິລະປິນທັງໝົດຮ່ວມພະລັງໃຈສົ່ງສຽງເພງເພື່ອເປັນກຳລັງໃຈໃຫ້ແກ່ປະຊາຊົນຈີນ ໂດຍສະເພາະຊາວເມືອງອູຮັນ ຈົ່ງເຂັ້ມແຂງ ແລະ ຜ່ານຜ່າໂລກຮ້າຍ ໂຄວິດ-19 ໃຫ້ໄດ້.
공지사항