티스토리 뷰
ກິລາລອຍນໍ້າ ແລະ ຍິງປືນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ລະຫວ່າງ ວັນທີ 22 ມີນາ ຫາ 1 ເມສາ 2020, ຈະໄດ້ມາຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ, ເນື່ອງຈາກສະໜາມແຂ່ງຂັນສອງປະເພດດັ່ງກ່າວຢູ່ແຂວງຊຽງຂວາງບໍ່ໄດ້ມາດຕະຖານ.
ຕາມການລາຍງານຂອງວິຊາການສະຫະພັນລອຍນໍ້າແຫ່ງຊາດລາວ ແລະ ສະຫະພັນຍິງປືນແຫ່ງຊາດລາວ ໃນນາມຜູ້ຮ່ວມຈັດການແຂ່ງຂັນໄດ້ແຈ້ງໃຫ້ຮູ້ວ່າ: ການແຂ່ງຂັນກິລາລອຍນໍ້າໃນງານກິລາແຫ່ງຊາດຄັ້ງນີ້ ມີຫຼາຍແຂວງໄດ້ແຈ້ງເຈດຈຳນົງເຂົ້າຮ່ວມຄື: ນະຄອນຫຼວງວຽງຈັນ, ແຂວງຊຽງຂວາງ, ສະຫວັນນະເຂດ, ຈຳປາສັກ, ຫຼວງພະບາງ ແລະ ແຂວງວຽງຈັນ ເຊິ່ງຈະເລີ່ມແຂ່ງຂັນໃນວັນທີ 02-05 ມີນາ 2020 ທີ່ສະລອຍນໍ້າເຂດສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ.
ສ່ວນການແຂ່ງຂັນກິລາຍິງປືນໃນ ຊຽງຂວາງເກມ ຄາດວ່າມີບໍ່ຕ່ຳກວ່າ 5 ພາກສ່ວນທີ່ສົ່ງນັກກີລາເຂົ້າຮ່ວມຊີງ ໄຊ. ໃນນີ້, ປະເພດປືນເປົ້າເລື່ອນຈະແຂ່ງຂັນຢູ່ສະໜາມກີິລາຍິງປືນແຫ່ງ ຊາດ (ຫຼັກ16), ສ່ວນປະເພດປືນອັດລົມຍາວ, ປືນອັດລົມສັ້ນ ແລະ ປືນສັ້ນມາດຕະຖານຈະແຂ່ງຂັນຢູ່ສະໜາມຍິງປືນ 5 ເມສາ ເລີ່ມແຕ່ວັນທີ 08-17 ມີນາ 2020 ໃນນີ້ຈະມີການຊີງໄຊ 32 ຫຼຽນຄຳ.