티스토리 뷰
ກຽມເລືອກອ່ານປຶ້ມ ນັບ 1.000.000 ຫົວ ໃນງານບຸນມະໂຫລານສົ່ງເສີມການອ່ານ 2020
NEWSKOR 2020. 2. 26. 17:05
ງານບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ III (Vientiane Book Festival 2020) ຈະມີປຶ້ມອ່ານ ນັບ 1.000.000 ຫົວ ຈາກທັງ ພາຍໃນ ແລະ ຕ່າງປະເທດ ໃຫ້ເລືອກຊື້ໃນລາຄາເໝາະສົມ ແລະ ເລືອກອ່ານ ພ້ອມທັງມີກິດຈະກຳສົ່ງເສີມການອ່ານຫຼາຍຢ່າງໜ້າສົນໃຈໃນງານຄັ້ງນີ້.
ງານຄັ້ງນີ້ຈະໄດ້ຈັດຂຶ້ນວັນທີ 11-15 ມີນາ ທີ່ສູນການຄ້າ ລາວ-ໄອເຕັກ ໂດຍການຮ່ວມມື ຂອງ ໂຮງພິມ ປານຄຳ ຈຳປາ ຈຳກັດ, ພະແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ມານະ ແຈ້ງມຸກ, ເຈົ້າຂອງ ໂຮງພິມ ປານຄຳ ຈຳປາ ຈຳກັດ, ຕາງໜ້າຄະນະຈັດງານງານບຸນມະໂຫລານສົ່ງເສີມການອ່ານ ຄັ້ງທີ III ໄດ້ໃຫ້ສໍາພາດເມື່ອບໍ່ດົນມານີ້ ວ່າ: ງານຄັ້ງນີ້ ຈະຈັດຂຶ້ນພາຍໃຕ້ ຄໍາຂັວນ “ສ້າງການອ່ານໃຫ້ເປັນວັດທະນະທໍາ ນໍາຄວາມຮູ້ສູ່ການພັດທະນາຢ່າງຍືນຍົງ”. ໃນນັ້ນ ຈະມີຫຼາຍກິດຈະກຳທີ່ໜ້າສົນໃຈ ເປັນຕົ້ນ ການສະແດງສິລະປະ ວັນນະຄະດີຂອງນ້ອງນັກຮຽນ, ກິດຈະກຳສົ່ງເສີມການຂຽນ ແລະ ສ້າງນັກຂຽນໜຸ່ມ, ກິດຈະກຳໂຕ້ວາທີ, ກິດຈະກຳມອບປຶ້ມການສຶກສາ, ກິດຈະກຳການແຂ່ງຂັນ ການຂຽນບົດຄວາມ, ເລື່ອງສັ້ນ, ກາບກອນ ແລະ ອື່ນໆ.